Updated: 02/13/2019

 Main Home

News

Forum

Laos

Europe

USA

Australia

Canada

FAQs


 

ງານພົບພໍ້ສັງສັນ ຂອງ ບັນດາອະດີດນັກຮຽນ ວິທຍາໄລ
ສວັນນະເຂດ ຄັ້ງທີ4 ເຊິ່ງ ໄດ້ຈັດຂຶ້ນໃນຄໍ່າຄືນ ຂອງ ວັນເສົາ ວັນ
ທີ 25 ເດືອນຫົກ 2011 ທີ່ຮ້ານອາຫານ " ຣາຊາ ກຣາມາແຢນ" ຊານ
ເມືອງ ເບື້ອງທິດຕາເວັນອອກສ່ຽງໃຕ້ ຂອງ ນະຄອນປາຣີ ໄດ້ມີທ່ານ
ຜູ້ມີກຽດ ແລະ ເພື່ອນມິດອະດີດນັກຮຽນ ວິທຍາໄລສວັນນະເຂດ ທັງ
ໃກ້ ແລະ ໄກ ໄດ້ມາຮ່ວມຢ່າງຫຼວງຫຼາຍ .
- ຈາກ ປະເທດການາດາ ມີ ຍານາງ ມະນີສອນ ແລະ ທ່ານ ວົງ ພັສພາພອນ ,
- ຈາກ ສະຫະຣັດ ອາເມຣິກາ ນອກຈາກ ທ່ານ ອຸ່ນເຮືອນ ພິມມະສານ
ແລະ ມາດາມ ເຊິ່ງ ເປັນຜູ້ຮັບຜິດຊອບ "ເຄືອຂ່າຍ" ຂອງ ອະດີດນັກຮຽນ ວິທຍາ
ໄລ ສວັນນະເຂດ ຂອງ ພວກເຮົາແລ້ວ ຍັງມີ ທ່ານ ດຣ.ແກ້ວປະເສີດ ພຣະ
ເທບ ແລະ ມາດາມ ( ທ່ານ ດຣ.ແກ້ວປະເສີດ ແມ່ນຮຸ່ນດຽວກັນກັບຂ້າພະເຈົ້າ),
ຍານາງ ແບກນາແດັດ ເຈນ ,
- ຈາກ ໂປໂລຍ ມີ ທ່ານ ຄຳແສນ ,
- ຈາກ ເຢຣະມັນ ມີ ທ່ານ ອະນຸສິນ ໂພທອງຄຳ ,
- ຈາກ ສວິດ ມີ ຍານາງ ຈັນທອນ ແລະ ທ່ານ ສເລີມໄຊ ເພັດຊຸມພູ .
ບັນດາອະດີດນັກຮຽນ ວິທຍາໄລ ສວັນນະເຂດຮຸ່ນອາວຸໂສ ມີ ທ່ານ ປຣະ
ຢັບ ສຣີທັມມະວັນ , ທ່ານ ວິໄສ ຣາຊສັກ , ທ່ານ ເວດ , ທ່ານ ສຸພົດ ພຣົມມະວົງ .
ນອກຈາກນັ້ນ ກໍມີ ເພື່ອນອະດີດນັກຮຽນ ວິທຍາໄລຄູ ຫຼັກ7 : ຍານາງ ທ່ອນແກ້ວ ,
ຈັນທອນ , ຄອນສັກ , ຄອນສວັນ , ຂັນທະລີ , ຈັນເພັງ ແລະ ອື່ນໆ...
ສະມາຄົມ ຊຸມພອນວັທນະທັມ ນຳໂດຍ ຍານາງ ເພັຊໂດ ແລະ ທ່ານ ອຳພອນ
ໄຊ ພະວິເສດ ແລະ ຄນະ ກໍໄດ້ໃຫ້ກຽດ ແລະ ສລະເວລາເຂົ້າຮ່ວມຢ່າງພອ້ມໜ້າ
ພ້ອມຕາ . ບັນດາສິລປິນ ຣັຕນະພອນ ສຸກສວັນ , ຈັນດາຣາ ຊນະນິກອນ ,
ກິວົງ ແລະ ຄຳພາ ( ສິລປິນເຈົ້າພາບ ) ກໍໄດ້ໃຫ້ກຽດເຂົ້າຮ່ວມດ້ວຍ .
ວົງດົນຕີ ທີ່ ໄດ້ສ້າງບັນຍາກາດ ແລະ ກ່ອມອາລົມ ເຮັດໃຫ້ງານພົບພໍ້ ຄັ້ງທີ4
ຂອງ ອະດີດນັກຮຽນ ວິທຍາໄລ ສວັນນະເຂດ ຄຶກຄື້ນ ແລະ ມ່ວນຊື່ນ ແມ່ນ ມິດ
ສິລປິນ ນຳໂດຍ ອິນປັນ ຣາຊບຸດ ແລະ ນັກຮ້ອງສຽງຫວານ ຈິດດາຣານີ ພົມສວັນ .
ບັນຍາກາດເທື່ອນີ້ ເຫັນວ່າມ່ວນອິຫີຼ , ມີຄົນຫຼາຍ ຈົນວ່າໄດ້ຟ້ອນກັບໝັ້ອງ .
ຫວັງ ແລະ ຕັ້ງໃຈ ວ່າຄົງຈະໄດ້ພໍ້ກັນອີກ ໃນໂອກາດໜ້າ .
ຮັກແພງສາມັກຄີ .
ກ່ອງປະກັນ

 

 

 

Main Home    Our Mission Members    About Us    Photo Gallery       Slide Show Music Educational Links Contact Us

Copyright � 2007 by Lycee de Savannakhet alumni and its group.