Updated: 02/13/2019

 Main Home

News

Forum

Laos

Europe

USA

Australia

Canada

FAQs
 UpLoad Files
News 2011
News 2010
News 2009
News 2008



ສະບາຍດີ ລຳພັນ , ຈັນທະຈອນ , ແກ້ວອຸດອນ , ອຸ່ນເຮືອນ ແລະ
ບັນດາເພື່ອນອະດີດນັກຮຽນ ວິທຍາໄລ ສວັນນະເຂດ ທີ່ຮັກແພງ ,

ເຊີນ ອ່ານຕໍ່ທີ່ຂ້າງລຸ່ມ

ທັງໄດ້ຖືໂອກາດຢ້ຽມຢາມ ພີ່ນ້ອງ , ເພື່ອນມິດ ແລະ ທັງໄດ້ເລາະຊົມ
ບ້ານເກີດເມືອງນອນທີ່ແສນສວຍງາມ ປະເທດລາວ ແຕ່ ໃຕ້ ອັດຕະປື ຈົນເຖິງ
ພາກເໜືອ ອຸດົມໄຊ-ບໍເຕັນ ສາຍແດນ ລາວ-ຈີນ ໃນຍາມພັກຮ້ອນ ເດືອນ ສິງ
ຫາ ປີ 2011 ນີ້ .
ແຕ່ ບັງເອີນ ພີ່ນ້ອງ ທ່ານ ສຳພັນໂຊກ ຣາຊພົນ ໄດ້ຊວນໄປຮ່ວມບຸນ ໃນ ວັນ
ທີ 13 ສິງຫາ 2011 ເພາະ ມື້ ວັນທີ 14 ເດືອນ ແປດ 2011 ຈະໄດ້ເດີນທາງ
ໄປ ວຽງຈັນ ແຕ່ເຊົ້າໆ ເພາະ ຈະໄດ້ແວ່ ຢາມຫຼານ ທີ່ ທ່າແຂກ . ການໄປທຳບຸນ
ເທື່ອນີ້ ບັງເອີນ ໄດ້ຮູ້ຈັກ ທ່ານ ລຳພັນ ວົງໂກສີ ເຊິ່ງ ແມ່ນ ອ້າຍຄີງໆ ຂອງ
ຍານາງ ຈັນທະຈອນ ອະດີດນັກສຶກສາ ທີ່ ເມືອງ ປຣາກ ເມືອງຫຼວງ ຂອງ
ສາທາຣະນະຣັດ ສັງຄົມນິຍົມ ເຊໂກສໂລວາກີ ຄາວຊຸມປີ 1970 -1980 ພຸ້ນ .
ຍານາງ ຈັນທະຈອນ ແລະ ທ່ານ ລຳພັນ ວົງໂກສີ ແມ່ນ ລູກ ຂອງ ທ່ານ
ຄູ ຄ່ອຍ ວົງໂກສີ ເຊິ່ງ ຊາວບ້ານໜອງບົ່ວທ່າ ຮັກແພງ ແລະ ນັບຖື . ຕອນບ່າຍ
ໄດ້ໄປຮ່ວມ ພິທີສົ່ງສະການ ເພື່ອ ຄາຣະວະ ແລະ ອຳລາຄັ້ງສຸດທ້າຍ .
ທ່ານ ລຳພັນ ວົງໂກສີ , ຍານາງ ຈັນທະຈອນ , ລູກຫຼານ ແລະ ພີ່ນ້ອງ ອີກ
ຫຼາຍຄົນ ໄດ້ບວດຈູງສົບ ຂອງ ທ່ານ ຄູ ຄ່ອຍ ວົງໂກສີ . ໄດ້ມີຄອບຄົວ , ພີ່
ນ້ອງ , ຍາດມິດ ແລະ ຊາວເມືອງສວັນນະເຂດໄປຮ່ວມຢ່າງຫຼວງຫຼາຍ .
ຂໍໄຫວ້ວອນ ໃຫ້ດວງວິນຍານ ຂອງ ທ່ານ ຄູ ຄ່ອຍ ວົງໂກສີ ຈົ່ງໄປສູ່ຄະຕິ
ສຸກ .
ຂໍຝາກຄວາມຮັກແພງ ແລະ ສະບາຍດີ ຫາ ຈັນທະຈອນ ແລະ ລຳພັນ
ພ້ອມ ຄອບຄົວດ້ວຍ .
ຕອນຄໍ່າ ຂອງ ວັນທີ 14 ເດືອນ ສິງຫາ 2011 , ຍານາງ ບຸນໃຈ ແລະ
ທ່ານ ດຣ.ບຸນຂວາງ ຄຳບຸນເຮືອງ ໄດ້ເຊີນໃຫ້ໄປແວ່ເຮືອນ ຄຸ້ມບ້ານໂສກຄຳ
ເພື່ອຮັບປະທານອາຫານຄໍ່າ .

ໂອກາດໜ້າ ຈະເລົ່າ ແລະ ຝາກຮູບ ທີ່ໄດ້ຊັກ ໃນໂອກາດທີ່ໄດ້ໄປ ເມືອງ
ລາວ ໃຫ້ຕື່ມ .
ພໍ້ກັນໃໝ່ .
ຮັກແພງ .
ກ່ອງປະກັນ

 

Main Home    Our Mission Members    About Us    Photo Gallery       Slide Show Music Educational Links Contact Us

Copyright � 2007 by Lycee de Savannakhet alumni and its group.